top
logo

ສະບາຍດີ ແລະ ຍິນດີຕ້ອນຮັບທ່ານເຂົ້າສູ່ກະຊວງສາທາລະນະສຸກ: Welcome to Ministry of Health

Username:  Password:        Forgot Password? Username?


Resources


ການນຳກະຊວງສາທາເອົາໃຈໃສ່ທ້ອງຖິ່ນ ຢ້ຽມຢາມຂະແໜງສາທາລະນະສຸກແຂວງ ອຸດົມໄຊ PDF Print
There are no translations available.

ທ່ານ ສຈ ດຣ. ເອກສະຫວ່າງ ວົງວິຈິດ, ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງສາທາລະນະສຸກ ພ້ອມດ້ວຍທີມງານ ຢ້ຽມຢາມຂະແໜງສາທາລະນະສຸກ ແຂວງອຸດົມໄຊ ຢ່າງເປັນທາງການ ໂດຍມີຈຸດປະສົງເພື່ອ ຕິດຕາມສະພາບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກ, ເພື່ອຈັດຕັ້ງຜັນຂະຫຍາຍມະຕິ 9 ຂອງພັກໃຫ້ໄດ້ ຕາມ 4 ບຸກທະລຸ ແລະ 3 ສ້າງ, ເພື່ອຊຸກຍູ້ສົ່ງເສີມວຽກງານ MDG ການບັນລຸເປົ້າ ໝາຍສະຫັດສະວັດ ແລະ ເພື່ອວາງແຜນການຈັດຕັ້ງວຽກງານສາທາລະນະສຸກໃຫ້ຖືກຕ້ອງ
Read more...
 
ລມຕ ກະຊວງສາທາລະນະສຸກຢ້ຽມຢາມຂະແໜງສາທາແຂວງບໍແກ້ວ PDF Print
There are no translations available.

 

ໃນຕອນເຊົ້າຂອງ ວັນທີ 7 ພຶດສະພາ 2012 ທ່ານ ສຈ ດຣ. ເອກສະຫວ່າງ ວົງວິຈິດ, ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງສາທາລະນະສຸກ ພ້ອມດ້ວຍທີມງານ ຢ້ຽມຢາມພະແນກສາທາລະນະສຸກແຂວງບໍແກ້ວ ໂດຍມີຈຸດປະສົງເພື່ອຕິດຕາມສະພາບການຈັດຕັ້ງປະຕິບັດວຽກງານສາທາລະນະສຸກຂອງແຂວງບໍແກ້ວ ທີ່ຕິດພັນກັນການບັນລຸເປົ້າໝາຍສະຫັດສະວັດ

Read more...
 
ລມຕ ກະຊວງສາທາລະນະສຸກ ຢ້ຽມຢາມໂຮງໝໍແຂວງບໍແກ້ວ. PDF Print
There are no translations available.

 

ທ່ານ ສຈ ດຣ. ເອກສະຫວ່າງ ວົງວິຈິດ, ກຳມະການສູນກາງພັກ, ລັດຖະມົນຕີວ່າການກະຊວງສາທາລະນະສຸກ ພ້ອມດ້ວຍທີມງານ ຢ້ຽມຢາມໂຮງໝໍແຂວງບໍແກ້ວ ໃນວັນທີ 6 ພຶດສະພາ 2012 ແລະ ຕິດຕາມສະພາບການຈັດຕັ້ງປະຕິບັດວຽກງານຂອງໂຮງໝໍແຂວງບໍແກ້ວ ໃນການຢ້ຽມຢາມຄັ້ງນີ້ທ່ານ ສຈ ດຣ. ເອກສະຫວ່າງ ວົງວິຈິດ ໄດ້ເຂົ້າຢ້ຽມຊົມແຕ່ລະຂະແໜງການຂອງໂຮງໝໍ

Read more...
 
ກອງປະຊຸມຕອບໂຕ້ຕໍ່ການລະບາດຂອງພະຍາດຕິດຕໍ່ທີ່ອາດເກີດຂື້ນ PDF Print
There are no translations available.

 

ເພື່ອ​ກະກຽມ​ຮັບ​ໃຊ້​ກອງ​ປະຊຸມ​ສຸດ​ຍອດ ອາ​ຊຽນ-ຢູ​ໂລບ​ທີ່​ຈະ​ຈັດ​ຂື້ນ​ໃນ​ທ້າຍ​ປີ​ນີ້ ​ແລະ ​ເພື່ອ​ຮັບ​ມືກັບບັນດາ ພະຍາດທີ່ອາດຈະເກີດລະບາດຂື້ນ ຍ້ອນສະພາບແວດລ້ອມ ໄດ້ມີການປ່ຽນແປງຢ່າງໄວວາ ທັງ​ໃນ​ພາກ​ພື້ນ ​ແລະ ​ໃນ​ໂລກ ​ໂດຍ​ສະ​ເພາະ​ພາຍ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ ​ເຊິ່ງອາດ​ສົ່ງ​ຜົນ​ກະທົບ​ໂດຍ​ກົງ​ຕໍ່​ສຸຂະພາບ ​ແລະ ຊິວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ບັນດາ​ເຜົ່າ. ການ​ຕອບ​ໂຕ້​ຕໍ່​ພະຍາດ​ລະບາດ​ແມ່ນ​ມີ​ຄວາມ​ຈຳ​ເປັນ ​ໂດຍ​ສະ​ເພາະ​ແມ່ນ​ພະຍາດ ​ໄຂ້ຫວັດ​ສັດ​ປີກ, ​ໄຂ້​ເລືອດ​ດຳ, ຖອກທ້ອງ​ຮຸນ​ແຮງ(ອະຫິວາ) ​ແລະ ​ໄຂ້​ເລືອດ​ອອກ.

Read more...
 
ມອບລາງວັນ ແລະ ໃບຍ້ອງຍໍ ໃຫ້ແກ່ເມືອງ, ສຸກສາລາ ແລະ ອສບ ຂອງ ແຂວງຊຽງຂວາງ PDF Print
There are no translations available.

 

 

ໃນວັນທີ 10 ເມສາ 2012 ທີ່ຜ່ານມາ ຢູ່ທີ່ ຫ້ອງວ່າການແຂວງ ແຂວງ ຊຽງຂວາງ ໄດ້ມີພິທີມອບລາງວັນ, ໃບຍ້ອງຍໍ ໃຫ້ແກ່ເມືອງ ແລະ ອສບ ຜູ້ທີ່ປະຕິບັດໂຄງການບໍລິການສຸຂະພາບແມ່ ແລະ ເດັກແບບເຊື່ອມສານທີມີຄວາມຄືບໜ້າ, ໂດຍການເຂົ້າຮ່ວມໃນພິທີດັ່ງກ່າວມີທ່ານ ສດຈ ດຣ. ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກ, ທ່ານ ຄຳປ່ຽນ ສີນວນທອງ ຮອງເຈົ້າແຂວງ ແຂວງຊຽງຂວາງ, ທ່ານ ດຣ. ກວາງ ສຸຮັນ ປະທານມູນນິທິເພື່ອສຸຂະພາບສາກົນ ສ.ເກົາຫລີ ພ້ອມດ້ວຍບັນດາຫົວໜ້າກົມຈາກກະຊວງສາທາລະນະສຸກ, ຫ້ອງວ່າການປົກຄອງແຂວງ ແຂວງ ຊຽງຂວາງ, ພະແນກສາທາແຂວງ, ພະແນກສາທາເມືອງ, ປະທານກຳມະທິການເພື່ອແມ່ ແລະ ເດັກຂັ້ນເມືອງ, ສຸສາລາ ແລະ ອສບ ເຂົ້າຮ່ວມ ຢ່າງພ້ອມພຽງ.

Read more...
 
ພິທີເຊັນບົດບັນທຶກຄວາມເຂົ້າໃຈ ແລະ ມອບອາຫານເສີມ ສຳລັບເດັກຕຳ່ກ່ວາ 5 ປີ ແຂວງຊຽງຂວາງ. PDF Print
There are no translations available.

 

ວັນທີ 10 ເມສາ 2012 ທີ່ຜ່ານມາ ໄດ້ມີພິທີເຊັນບົດບັນທຶກຄວາມເຂົ້າໃຈ MOU ແລະ ພິທີມອບຮັບອາຫານເສີມຂື້ນຢູ່ທີ່ຫ້ອງວ່າການ ແຂວງ ແຂວງຊຽງຂວາງ ເປັນກຽດເຊັນບົດບັນທຶກດັ່ງກ່າວແມ່ນ ທ່ານ ສຈ ດຣ. ເອກສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງ ສາທາລະນະສຸກ, ທ່ານ ດຣ. ກວາງ ສຸຮັນ ປະທານມູນນິທິເພື່ອສຸຂະພາບສາກົນ,

Read more...
 
« StartPrev12345678NextEnd »

Page 1 of 8

Search

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
mod_vvisit_counterToday107
mod_vvisit_counterThis week107
mod_vvisit_counterLast week1179
mod_vvisit_counterThis month2351
mod_vvisit_counterAll58360

Visitors Counter 1.6

bottom
top

bottom

Ministry of Health
Samsenthai road, Ban thatkhao, Sisattanack District
Tel: +856 21 214000 Fax: +856 214003 Email: contact[@]moh.gov.la
Vientiane Capital, LAO PDR