- 27 ຕ.ລ
ກອງປະຊຸມວິຊາການສັນລະຍະແພດສາດລາວຄັ້ງທີ່ 3 ໄດ້ຈັດຂື້ນໃນ ວັນທີ 1 ພະຈິກ 2017 ທີ່ໂຮງໝໍມິດຕະພາບ
ໂດຍໃຫ້ກຽດເຂົ້າຮ່ວມເປັນທານ ຂອງທ່ານ ຮສ. ດຣ. ບຸນກອງ ສີຫາວົງ ລັດຖະມົນຕີ ກະຊວງສາທາລະນະສຸກ ແລະ ມີບັນດາອາຈານທີ່ມາຈາກພາຍ ໃນ ແລະ ຕ່າງປະເທດ ບັນດາວິທະຍາກອນ, ບັນດາແພດສັນລະຍະສາດ ພ້ອມທັງ ບັນດານັກສຶກສາ ທຸກລະດັບ ກໍ່ໄດ້ເຂົ້າຮ່ວມ ຢ່າງພ້ອມພຽງ. ກອງປະຊຸມຍັງໄດ້ມີການຄົ້ນຄ້ວາແລກປ່ຽນຄວາມຄິດຄວາມເຫັນ ຊື່ງເຕັມໄປດ້ວຍບົດຮຍນທີ່ຫຼາກຫຼາຍ ແລະ ມີຄຸນຄ່າຍິ່ງ ເຊີ່ງມັນສະແດງໄດ້ໃຫ້ເຫັນວ່າ ບັນດາແພດສັນລະຍະສາດລາວ ໄດ້ມີການພັດທະນາທາງ ດ້ານສີມືມີຄວາມຮູ້ຄວາມສາມາດ ແລະ ມີຄວາມສຳນິສຳນານໃນການນຳໃຊ້ເຄື່ອງມືທັນສະໄໝ ເຂົ້າໃນການຜ່າຕັດປິ່ນປົວພະຍາດ ໄດ້ຢ່າງມີປະສິດທິຜົນ. ໃນກອງປະຊຸມຄັ້ງນີ້ໄດ້ມີແພດຜູ້ໝຸ່ມນ້ອຍ ໄດ້ສະເໜີຫຼາຍບົດທີໜ້າສົນໃຈ ນັ້ນມັນສະແດງເຖິງຄວາມກະຕືລືລົ້ນຂອງຄົນລຸ້ນໝຸ່ທມ ໃນການສຶກສາຮ່ຳຮຽນເປັນນິມິດໝາຍທີ່ດີ ຂອງວົງການແພດສັນລະຍະສາດລາວ ທີ່ຈະມີຜູ້ສືບທອດທີ່ມີ ຄຸນນະພາບໃນອານາຄົດ.