- 02 ກ.ພ
ຕອນເຊົ້າຂອງວັນທີ29-ມັງກອນປີ2018ນີ້; ສູນໂພຊະນາການ ກະຊວງສາທາລະນະສຸກ ໄດ້ຈັດກອງປະຊຸມປຶກສາຫາລືການສ້າງຍຸດທະສາດປະຕິບັດງານແຫ່ງຊາດ ວ່າດ້ວຍການເພີ່ມວິຕະມິນແຮ່ທາດໃນອາຫານ ຂື້ນທີ່ ໂຮງແຮມລາວພາລາຊາ ໂດຍການເປັນປະທານຂອງ ທ່ານ ຮສ.ດຮ.ພູທອນ ເມືອງປາກ ຮອງລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ນາງຊາລາ ກໍດອນກິບສັນ ຫົວໜ້າ ແລ ະຜູ້ຕ່າງໜ້າອົງການອາຫານໂລກປະຈຳ ສປປລ, ທ່ານຫົວໜ້າກົມ, ຮອງຫົວໜ້າກົມ, ທ່ານຫົວໜ້າສູນ, ຮອງຫວົໜ້າສູນ, ສະຖາບັນ, ຄູ່ຮ່ວມພັດທະນາ ແລະ ຜູ້ແທນຈາກພາກທຸລະກິດເຂົ້າຮ່ວມ. ລັດຖະບານແຫ່ງ ສປປລ ໄດ້ຖືເອົາການແກ້ໄຂການຂາດໂພຊະນາການກໍ່ຄືການຈັດຕັ້ງປະຕິທີໃຫ້ບັນລຸ SDG 2 ເປັນໜື່ງໃນບໍລິມະສິດຂອງຊາດ; ຄະນະກຳມະການດ້ານໂພຊະນາການ, ກອງເລຂາ ແລະ ຂະແໜງການທີ່ກ່ຽວຄ້ອງ ທັງສູນກາງແລະທ້ອງຖິ່ນ ກໍໄດ້ມີຄວາມພະຍາຍາມຈັດຕັ້ງປະຕິບັດ ບັນດາມາດຕະການໃນຍຸດທະສາດແຫ່ງຊາດດ້ານໂພຊະນາການປີ2025 ແລະ ແຜນປະຕິບັດງານ 2016-2020 ໂດຍໄດ້ຮັບການຮ່ວມມືຢ່າງຫຼວງຫຼາຍຈາກບັນດາຜູ້ໃຫ້ທຶນ, ເຄືອຄ່າຍສະຫະປະຊາຊາດ, ທະນາຄານສາກົນ, ຄູ່ຮ່ວມພັດທະນາ ແລະ ທຸກພາກສ່ວນ ເຮັດໃຫ້ໃນຊຸມປີຜ່ານມາການຂາດສານອາຫານແບບຊຳເຮື້ອ, ລວງສູງບໍ່ໄດ້ມາດຕະຖານໃນເດັກລຸນ 5 ປີໄດ້ຫຼຸດລົງຈາກ 1 ໃນ2 ມາເປັນ 1 ໃນ 3 ແລະ ປະຈຸບັນນີ້ກໍາລັງລໍຜົນສໍາຫຼວດດັດສະນີໝາຍທາງດ້ານສັງຄົມໃນປີ2017, ເຖິງຢ່າງໃດລະດັບການຂາດສານໂພຊະນາການຂອງແມ່ຍິງ ແລະ ເດັກນ້ອຍລາວເຮົາ ແມ່ນຢູ່ໃນລະດັບສູງຫຼາຍ ຖ້າທຽມໃສ່ບັນດາປະເທດອາຊຽນ ແລະ ພາກພື້ນ ພາຍໃນຂະແໜງສາທາລະນະສຸກ ພວກເຮົາຮັບຮູ້ເຖິງບັນຫາ ເຖິງບັນຫາການຮັບສານອາຫານບໍ່ພຽງ ແລະ ການເຂົ້າເຖິງ ອາຫານໃນລະດັບບຸກຄົນ ແລະ ລະດັບຊຸມຊົນ ຫຼື ຄອບຄົວ ເປັນສາເຫດທີ່ພາໃຫ້ຂາດສານອາຫານໃນເດັກນ້ອຍ ໃນລະດັບຊຸມຊົນ ໂດຍສະເພາະຜູ້ທຸກຍາກ ມີຂໍ້ຈຳກັດໃນການເຂົ້າເຖິງອາຫານ ແລະ ການມີອາຫານ ທີມີສານອາຫານສູງ ຊື່ງສົ່ງຜົນສະທ້ອນ ໃຫ້ການຂາດສານອາຫານ ເປັນວົງຈອນ ຖ່າຍຖອນຈາກລຸ້ນສູ່ລຸ້ນ ຄົນຕໍ່ໄປ.
ສະນັ້ນ 1 ໃນມາດຕະການ ບູລິມະສິດຂອງ ຍຸດທະສາດແຫ່ງຊາດດ້ານໂພຊະນາການປີ2025 ແລະ ແຜນປະຕິບັດງານ 2016-2020 ກໍ່ແມ່ນ ການເພີ່ມວິຕະມິນແຮ່ທາດໃນອາຫານ ຊື່ງຈະເປັນຂະບວນການໜື່ງ ຫຼື ອີກທາງເລືອກ ເພື່ອຊ່ວຍປັບປຸງສະພາບໂພຊະນາການ ໃນສປປລາວ; ກອງປະຊຸມຍັງໄດ້ ປຶກສາຫາລື, ປະກອບຄວາມຄິດເຫັນແລກປ່ຽນບົດຮຽນ ແລະ ສະເໜີແນະນຳຕ່າງໆ ທີ່ເປັນປະໂຫຍດແລະກໍ່ຄົງຈະໄດ້ສຶບຕໍ່ກັນເພີ່ມເຮັດໃຫ້ຍຸດທະສາດປະຕິບັດງານນີ້ສຳເລັດເປັນເຄື່ອງມືທີມີຄຸນນະພາບແທດເໝາະກັບຕົວຈິງຂອງລາວໄດ້ຮັບດ້ານສະໜັບສະໜຸນ ແລະ ຈັດຕັ້ງປະຕິບັດໃຫ້ມີຜົນເປັນຈິງ.